ພິທີມອບ-ຮັບປື້ມນິທານເດັກນ້ອຍຈໍານວນ 1.000 ຫົວ ຈາກຫໍສະໝຸດແຫ່ງຊາດສິງກະໂປ ໃຫ້ແກ່ ຫໍສະໝຸດແຫ່ງຊາດລາວ
ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”
ໃນຕອນເຊົ້າວັນທີ 30 ພະຈິກ 2020 ຫໍສະໝຸດແຫ່ງຊາດ ໄດ້ຈັດງານວາງສະແດງປຶ້ມຂຶ້ນໃນໂຄງການ“ມາອ່ານກັນເທາະ” ເພື່ອເປັນການສົ່ງເສີມການອ່ານໃນລາວ. ໃຫ້ກຽດເປັນປະທານໂດຍທ່ານ ນ. ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ນ. ຢໍນິກ້າ ພໍເຊັນ ຫົວໜ້າຝ່າຍດຳເນີນງານມູນນິທິເອເຊຍ ພ້ອມນີ້ ກໍ່ຍັງມີຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ນ. ກົງເດືອນ ເນດຕະວົງ ທີ່ປຶກສາກິຕິມະສັກສະມາຄົມຫ້ອງສະໝຸດ, ທ່ານ ນ. ພັນນາລີ ເທບພະວົງສາ, ມູນນິທິເອເຊຍ, ສຳນັກພິມແສງສຸວັນ, ຄູອາຈານພ້ອມດ້ວຍນ້ອງນ້ອຍນັກຮຽນປະຖົມຈາກ 5 ໂຮງຮຽນ(ມີໄຊ, ສີວິໄລ, ພະຂາວ, ຈອມມະນີ ແລະ ຊ້າງຄູ້) ແລະ ພະນັກງານຫໍສະໝຸດເຂົ້າຮ່ວມຢ່າງພ້ອມພຽງ. ງານດັ່ງກ່າວໄດ້ສະຫຼຸບຄືນ ຜົນສຳເລັດຂອງການແຂ່ງຂັນແຕ້ມຮູບຂອງນ້ອງນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້ເຊິ່ງສາມາດຄັດເລືອກໄດ້ຜູ້ຊະນະເລີດ 5 ນ້ອງ ຈາກ 5 ໂຮງຮຽນຂ້າງເທິງນັ້ນ ພ້ອມດຽວກັນນີ້ກໍ່ໄດ້ຮັບຊົມຮັບຟັງການເສວະນາ ເພື່ອສົ່ງເສີມວຽກງານການອ່ານໃຫ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບຊົມສິລະປະການສະແດງຈາກນັກສົ່ງເສີມການອ່ານ ຫໍສະໝຸດແຫ່ງຊາດ ແລະ… [ອ່ານຕໍ່]
ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”
ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ” ໄດ້ມອບເຄື່ອງອຸປະກອນເປັນຕັ່ງນັ່ງ ແລະ ແທບເລ໋ດ ໃຫ້ຫໍສະໝຸດແຫ່ງຊາດ ມອບໂດຍ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍປະຈຳລາວ ຮັບໂດຍ ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ ໃນວັນທີ 07 ກັນຍາ 2020 ທີ່ຫໍສະໝຸດແຫ່ງຊາດ
ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ
ຫໍສະໝຸດແຫ່ງຊາດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ ກ່ຽວກັບກິດຈະກຳ “ມາອ່ານກັນເຖາະ ” ເຊິ່ງໄດ້ຈັດຂື້ນໃນວັນທີ 04 ມີຖຸນາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍປະຈຳ ສປປ ລາວ ນອກນັ້ນຍັງມີ ບັນດາທ່ານ ຫົວໜ້າກົມພິມຈຳໜ່າຍ, ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ຫົວໜ້າພະແນກອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ (INGOS) ກະຊວງການຕ່າງປະເທດ ແລະ ຄະນະນຳຫໍສະໝຸດແຫ່ງຊາດ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ. The National Library of Laos holds the memorandum of agreement signing ceremony between The National Library… [ອ່ານຕໍ່]
ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
ໃນວັນທີ 3 ກໍລະກົດ 2019 ທີ່ຜ່ານມາ ທ່ານ ນາງ ພວງເພັດ ບົວພະຈັນ ຕາງໜ້າພາກສ່ວນບຸກຄົນ ໄດ້ມອບປື້ມອ່ານຈຳນວນ 840 ຫົວ ໃຫ້ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ, ໃນການມອບຮັບປຶ້ມຄັ້ງນີ້ແມ່ນເພື່ອມາບໍລິການນັກອ່ານ,ນັກຄົ້ນຄວ້າ ແລະ ແຈກຢາຍໃຫ້ຫ້ອງສະໝຸດຕ່າງໆ
ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ
ພິທີມອບຮັບເຄື່ອງອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດຈີນປະຈຳລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການການເງິນ ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ,ທ່ານ ກ່າວຫຼິນ ຜູ້ຕາງໜ້າສະຖານທູດຈີນ, ທ່ານ ນາງ ຕິ້ງຊິ້ງ ຜູ້ອຳນວຍການສູນວັດທະນະທຳຈີນ, ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ , ພ້ອມທັງຕາງໜ້າກົມຮ່ວມມືສາກົນ ,ຫ້ອງການກະຊວງ,ກົມຈັດຕັ້ງ-ພະນັກງານ, ພະນັກງານຫໍສະໝຸດແຫ່ງຊາດທັງໝົດ ແລະ ພະນັກງານສູນວັດທະນະທຳ ກໍ່ໄດ້ເຂົ້າຮ່ວມ. ໃນນີ້ອຸປະກອນດັ່ງກ່າວເຊິ່ງມີ ມູນຄ່າລາຄາ 195.000.000 ກີບ ເພື່ອເອົາມາຮັບໃຊ້ໃນວຽກງານວິຊາສະເພາະ ແລະ ເຂົ້າໃນການບໍລິການໃຫ້ແກ່ມວນຊົນ,ນັກຮຽນ,ນັກສຶກສາ,ນັກຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດ.
ງານສັບປະດາຮູບເງົາຈີນ ຄັ້ງທີ II ປະຈຳປີ 2019
ຫໍສະໝຸດແຫ່ງຊາດ ຮ່ວມກັບ ສູນວັດທະນະທຳຈີນ ແລະ ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ໄດ້ຈັດງານສັບປະດາຮູບເງົາຈີນ ຄັ້ງທີ II ເພືອເປັນການສົ່ງເສີມແລກປ່ຽນດ້ານວັດທະນະທຳ ຮິດຄອງປະເພນີ ແລະ ຄວາມເຂົ້າໃຈເຊີ່ງກັນ ແລະ ກັນຂອງປະຊາຊົນສອງຊາດລາວ-ຈີນ ພິທີໄດ້ເປິດຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 01 ເມສາ 2019 ທີ່ຫໍສະໝຸດແຫ່ງຊາດ ໂດຍມີແຂກເຂົ້າຮ່ວມດັ່ງນີ້: 1. ທ່ານ ວົງຈິດ ພົມມະຈັກ ຮອງຫົວໜ້າ ກົມຮູບເງົາ 2. ທ່ານ ບຸນໄຊ ຄຳພູມີ ຮອງຫົວໜ້າ ກົມພິມຈຳໜ່າຍ 3. ທ່ານ ຄຳພູ ເພຍສັກຂາ ຮອງຫົວໜ້າກົມຮ່ວມມືສາກົນ 4. ທ່ານ ນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ 5. ທ່ານ ນາງ ພອນມະນີ ຕາງໜ້າສູນວັດທະນະທຳຈີນ ພ້ອມດ້ວຍບັນດາພະນັກງານ,ຄູ, ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນປະຖົມສີວິໄລ,ໂຮງຮຽນປະຖົມ… [ອ່ານຕໍ່]
- 1
- 2
- 3
- 4
- Next Page »