ຫໍສະໝຸດແຫ່ງຊາດລາວ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ເດືອນທັນວາ 1, 2020

ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”

ໃນຕອນເຊົ້າວັນທີ 30 ພະຈິກ 2020 ຫໍສະໝຸດແຫ່ງຊາດ ໄດ້ຈັດງານວາງສະແດງປຶ້ມຂຶ້ນໃນໂຄງການ“ມາອ່ານກັນເທາະ” ເພື່ອເປັນການສົ່ງເສີມການອ່ານໃນລາວ. ໃຫ້ກຽດເປັນປະທານໂດຍທ່ານ ນ. ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ນ. ຢໍນິກ້າ ພໍເຊັນ ຫົວໜ້າຝ່າຍດຳເນີນງານມູນນິທິເອເຊຍ ພ້ອມນີ້ ກໍ່ຍັງມີຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ນ. ກົງເດືອນ ເນດຕະວົງ ທີ່ປຶກສາກິຕິມະສັກສະມາຄົມຫ້ອງສະໝຸດ, ທ່ານ ນ. ພັນນາລີ ເທບພະວົງສາ, ມູນນິທິເອເຊຍ, ສຳນັກພິມແສງສຸວັນ, ຄູອາຈານພ້ອມດ້ວຍນ້ອງນ້ອຍນັກຮຽນປະຖົມຈາກ 5 ໂຮງຮຽນ(ມີໄຊ, ສີວິໄລ, ພະຂາວ, ຈອມມະນີ ແລະ ຊ້າງຄູ້) ແລະ ພະນັກງານຫໍສະໝຸດເຂົ້າຮ່ວມຢ່າງພ້ອມພຽງ. ງານດັ່ງກ່າວໄດ້ສະຫຼຸບຄືນ ຜົນສຳເລັດຂອງການແຂ່ງຂັນແຕ້ມຮູບຂອງນ້ອງນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້ເຊິ່ງສາມາດຄັດເລືອກໄດ້ຜູ້ຊະນະເລີດ 5 ນ້ອງ ຈາກ 5 ໂຮງຮຽນຂ້າງເທິງນັ້ນ ພ້ອມດຽວກັນນີ້ກໍ່ໄດ້ຮັບຊົມຮັບຟັງການເສວະນາ ເພື່ອສົ່ງເສີມວຽກງານການອ່ານໃຫ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບຊົມສິລະປະການສະແດງຈາກນັກສົ່ງເສີມການອ່ານ ຫໍສະໝຸດແຫ່ງຊາດ ແລະ ຕາງໜ້ານ້ອງນ້ອຍນັກຮຽນທີ່ເຂົ້າຮ່ວມ,ພ້ອມດ້ວຍຮັບຟັງນິທານດ້ວຍຄວາມເບີກບານມ່ວນຊື່ນ.

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ຂ່າວສານ

  • ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”
  •  ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”
  • ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ
  • ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
  • ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ

ສະ​ຖິ​ຕິ​ເວັບ​ໄຊທ໌

  • 20,207 ກວດ​ເບິ່ງ

ໜ້າ ແລະ ໂພ​ດ​ສ ​ທີ່​ນິ​ຍົມສູງ​ສຸດ​

  • ໜ້າຫຼັກ
    ໜ້າຫຼັກ
  • ກ່ຽວ​ກັບ​ພວກ​ເຮົາ
    ກ່ຽວ​ກັບ​ພວກ​ເຮົາ
  • ຕິດ​ຕໍ່​ພວກ​ເຮົາ
    ຕິດ​ຕໍ່​ພວກ​ເຮົາ
  • Home
    Home
  • EResources
    EResources
  • ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
    ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
  • ການເກັບສະສົມ
    ການເກັບສະສົມ
  • ຄູ່ຮ່ວມງານຂອງພວກເຮົາ
    ຄູ່ຮ່ວມງານຂອງພວກເຮົາ

ການຕິດຕໍ່

ຫໍສະໝຸດແຫ່ງຊາດລາວ
ຖະໜົນໄກສອນ
ບ້ານສີວິໄລ
ເມືອງໄຊທານີ
ນະຄອນຫຼວງວຽງຈັນ nationallibraryoflaos@gmail.com

ເວລາເປີດບໍລິການ

ເປີດ: ວັນຈັນ – ວັນເສົາ ເວລາ 8 ເຊົ້າ – 4 ເເລງ

ທາງເລືອກ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ພາສາ

  • ພາສາລາວ
  • English

ຜູ້ດູແລລະບົບ

ຜູ້ດູແລລະບົບ
RSS feed

Copyright © 2021 National Library of Laos · Website built by withKit