ຫໍສະໝຸດແຫ່ງຊາດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ ກ່ຽວກັບກິດຈະກຳ “ມາອ່ານກັນເຖາະ ” ເຊິ່ງໄດ້ຈັດຂື້ນໃນວັນທີ 04 ມີຖຸນາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍປະຈຳ ສປປ ລາວ ນອກນັ້ນຍັງມີ ບັນດາທ່ານ ຫົວໜ້າກົມພິມຈຳໜ່າຍ, ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ຫົວໜ້າພະແນກອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ (INGOS) ກະຊວງການຕ່າງປະເທດ ແລະ ຄະນະນຳຫໍສະໝຸດແຫ່ງຊາດ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ.
The National Library of Laos holds the memorandum of agreement signing ceremony between The National Library of Laos and The Asia Foundation on “Let’s Read Activity” Which was held on 04 June 2020. Under the chairmanship of Mrs. Khanthamaly yangnouvong the Director General of National library and Mr. Todd Wassel , the representative of Asia Foundation. Also has the head department of publishing, the deputy head of International Cooperation department, Ministry of Information Culture and Tourism. The head department of International Non-Government Organization (INGOs) Ministry of Foreign Affairs and The National Library Boards.











