ພິທີມອບຮັບເຄື່ອງອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດຈີນປະຈຳລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການການເງິນ ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ,ທ່ານ ກ່າວຫຼິນ ຜູ້ຕາງໜ້າສະຖານທູດຈີນ, ທ່ານ ນາງ ຕິ້ງຊິ້ງ ຜູ້ອຳນວຍການສູນວັດທະນະທຳຈີນ, ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ , ພ້ອມທັງຕາງໜ້າກົມຮ່ວມມືສາກົນ ,ຫ້ອງການກະຊວງ,ກົມຈັດຕັ້ງ-ພະນັກງານ, ພະນັກງານຫໍສະໝຸດແຫ່ງຊາດທັງໝົດ ແລະ ພະນັກງານສູນວັດທະນະທຳ ກໍ່ໄດ້ເຂົ້າຮ່ວມ. ໃນນີ້ອຸປະກອນດັ່ງກ່າວເຊິ່ງມີ ມູນຄ່າລາຄາ 195.000.000 ກີບ ເພື່ອເອົາມາຮັບໃຊ້ໃນວຽກງານວິຊາສະເພາະ ແລະ ເຂົ້າໃນການບໍລິການໃຫ້ແກ່ມວນຊົນ,ນັກຮຽນ,ນັກສຶກສາ,ນັກຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດ.