ຫໍສະໝຸດແຫ່ງຊາດລາວ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English
You are here: Home / ໜ້າຫຼັກ

ເດືອນທັນວາ 19, 2017

ການທັດສະນະສຶກສາຂອງນັກສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະບົບປະລິນຍາຕີ ປີທີ I ຮຸ່ນ XXIII ຄັ້ງວັນທີ 19 ທັນວາ 2017

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນພະຈິກ 29, 2017

ປະເມີນຜົນຊາວໜຸ່ມ 4 ບຸກປີ 2017 ແລະ ຈັບມືແຂ່ງຂັນປີ 2018 ໜ່ວຍຊາວໜຸ່ມຫໍສະໝຸດແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ

            ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 28  ພະຈິກ 2017 ທີ່ ຫໍສະໝຸດແຫ່ງຊາດ ໂດຍການເຂົ້າຮ່ວມ ສະຫາຍ ນ. ອ່ອນຕາ ຊາມຸນຕຣີ ຮອງເລຂາໜ່ວຍພັກ, ສະຫາຍ ປອ ວຽງພອນ ສຸຂະວົງ ຄະນະປະຈໍາຊາວໜຸ່ມ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະອຳນວຍການຫໍສະໝຸດແຫ່ງຊາດ ແລະ ອົງການຈັດຕັ້ງກຳມະບານ ແລະ ແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ          ກອງປະຊຸມຄັ້ງນີ້ ສະຫາຍບຸນຈັນ ພັນທະວົງ ເລຂາຊາວໜຸ່ມຫໍສະໝຸດແຫ່ງຊາດ ໄດ້ຜ່ານບົດສະຫຼຸບ ແລະ ແຜນການ 4 ບຸກຂອງໜ່ວຍໃນປີ 2018 ຫຼັງຈາກນັ້ນສະຫາຍ ປອ ວຽງພອນສຸຂະວົງ ກໍ່ໄດ້ເຜີຍແຜ່ບົດແນະນຳກ່ຽວກັບການປະເມີນ 4 ບຸກ ຂອງປີ 2017… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນສິງຫາ 29, 2017

ກອງປະຊຸມປຶກສາຫາລືກ່ຽວກັບແນວທາງການພັດທະນາວຽກງານຫ້ອງສະໝຸດໃນອານາຄົດທີ່ຍືນຍົງ (Brainstorming on Creating Future Library)

ກອງປະຊຸມປຶກສາຫາລືວຽກງານຫ້ອງສະໝຸດໄດ້ຈັດຂຶ້ນ​ເປັນ​ເວລາ 1 ວັນ ຂອງວັນທີ 25/08/2017 ທີ່ຫໍສະໝຸດແຫ່ງຊາດ ​ເລີ່​ມ​ແຕ່ເວລາ 8 : 30 -16 : 30 ພາຍໃຕ້ການເປັນປະທານຂອງທ່ານ ນ. ປອ ບົວໄຂ ເພັງພະຈັນ, ທ່ານ ນ. ກົງເດືອນ ເນດຕະວົງ ແລະ ທ່ານ ນ. ຂັນທະມາລີ ຍັງນຸວົງ. ໃນກອງປະຊຸມໄດ້ມີແຂກເຂົ້າຮ່ວມທັງໝົດ 49 ທ່ານ ເຊິ່ງມາຈາກ 21 ພາກສ່ວນ ພ້ອມ​ດຽວ​ກັນ​ນັ້ນການດຳ​ເນີນ​ກອງ​ປະຊຸມ​ກໍ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ອັນ​ຟົດ​ຟື້ນ ໂດຍການກ່າວເປີດຂອງທ່ານ ນ. ປອ. ບົວໄຂ ເພັງພະຈັນ ຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,ຫົວໜ້າກົມພິມຈຳໜ່າຍ. ກອງປະຊຸມຄັ້ງ​ນີ້​ມີ 2 ຈຸດ​ປະ​ສົງເພື່ອ​ເຜີຍ​ແຜ່ ແລະ ນຳ​ສະ​ເໜີ​ຜົນງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສະ​ມາ​ຄົມ​ຫ້ອງ​ສະ​ໝຸດ​ລາວ ​ແລະ ​ຈັດ​ກິດ​ຈະ​ກຳ​ລະ​ດົມ​ສະ​ໝອງ​ເພື່ອ​ຮ່ວມ ​ພະ​ລັງ​ສ້າງ​ຫ້ອງ​ສະ​ໝຸດ​ໃນ​ອາ​ນາ​ຄົດ ​ກອງປະຊຸມໄດ້ແບ່ງອອກເປັນ 2 ພາກ:… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນສິງຫາ 17, 2017

ສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນຄົບຮອບ 52 ປີ ໃນວັນທີ 8 ກັນຍາ 2017 ທີ່ຫໍສະໝຸດແຫ່ງຊາດ

ກິດຈະກໍາ: ນິທັດສະການວາງສະແດງປຶ້ມ,ການສະແດງລະຄອນຫຸ່ນ, ເລົ່ານິທານ, ແຕ້ມຮູບ, ລະບາຍສີ, ມອບປຶ້ມ ແລະ ອຸປະກອນ ການຮຽນໃຫ້ນ້ອງເຍົາວະຊົນ  

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນກໍລະກົດ 27, 2017

ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກປີ 2017 ຂອງໜ່ວຍພັກຫໍສະໝຸດແຫ່ງຊາດ ຄັ້ງວັນທີ 25-27 ກໍລະກົດ 2017

ໜ່ວຍພັກຫໍສະໝຸດແຫ່ງຊາດໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກຂຶ້ນ ວັນທີ 25-27 ກໍລະກົດ 2017 ຢ່າງເປັນທາງການພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ປິ່ນປາຖະໜາ ພົນທະມາລີ ຄະນະປະຈຳພັກກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ, ຫົວໜ້າກົມສື່ມວນຊົນ ແລະ ທ່ານ ນາງຂັນທະມາລີ ຍັງນຸວົງ ເລຂາໜ່ວຍພັກ, ອຳນວຍການຫໍສະໝຸດແຫ່ງຊາດ, ພ້ອມດ້ວຍພະນັກງານສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ. ບັ້ນດຳເນີນຊີວິດການເມືອງຄັ້ງນີ້ໄດ້ສະຫຼຸບສັງເກດຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ, ວາງທິດທາງແຜນການໃນຕໍ່ໜ້າ ກອງປະຊຸມໄດ້ປິດດ້ວຍຜົນສຳເລັດອັນສະຫງ່າງາມ  

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນມີນາ 9, 2017

ກອງປະຊຸມປະເມີນຜົນ 5 ເປັນເຈົ້າ ປີ 2017 ຂອງໜ່ວຍກຳມະບານຮາກຖານ ຫໍສະໝຸດແຫ່ງຊາດ

ພິທີເປີດກອງປະຊຸມປະເມີນຜົນ 5 ເປັນເຈົ້າ ປີ 2017 ຂອງໜ່ວຍກຳມະບານຮາກຖານ ຫໍສະໝຸດແຫ່ງຊາດໄດ້ຈັດຂຶ້ນໃນວັນທີ 8 /06/2017 ທີ່ຫໍສະໝຸດແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໃນພິທີເປີດກອງປະຊຸມ ໂດຍທ່ານ ນາງ ຂັນທະມາລີ ຍັງນຸວົງ ເລຂາໜ່ວຍພັກ, ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ຄຳເພັດ ພູນສະຫວັດ ປະທານກຳມະບານຫໍສະໝຸດແຫ່ງຊາດພ້ອມທັງສະມາຊິກທັງໝົດ ຈຳນວນ 40 ຄົນ ກອງປະຊຸມປະເມີນຜົນ 5 ເປັນເຈົ້າໃນປີ 2017 ນີ້ ໄດ້ດຳເນີນວາລະກອງປະຊຸມເປັນເວລາເຄິ່ງວັນ ແລະ ປິດລົງດ້ວຍຜົນສຳເລັດທີ່ຈົບງາມ.

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນກຸມພາ 6, 2017

ຫໍສະໝຸດແຫ່ງຊາດກໍ່ສ້າງສໍາເລັດຈັດພິທີມອບ – ຮັບ ນໍາໃຊ້ຢ່າງເປັນທາງການ.

ວັນທີ 29 ທັນວາ ປີ2016 ພິທີມອບ – ຮັບ    ຫໍສະໝຸດແຫ່ງຊາດລະຫ່ວາງ ບໍລີສັດຈິດຈະເລີນກໍ່ສ້າງຈຳກັດ ກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຂື້ນທີ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ຫຼັກ6) ໂດຍການເຂົ້າຮ່ວມຂອງ ທ່ານ  ບໍ່ແສງຄໍາ   ວົງລາດາ ລັດຖະມົນຕີກະຊວງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບັນດາອາດີດລັດຖະມົນຕີກະຊວງກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ຮອງລັດຖະມົນຕີ,ຫົວໜ້າກົມ,ຫົວໜ້າຫ້ອງການ ພະນັກງານວິຊາການພາຍໃນກະຊວງ, ພະນັກງານຫໍສະໝຸດ ແລະ ຕາງໜ້າຈາກບໍລິສັດຈິດຈະເລີນກໍ່ສ້າງຈຳກັດ.      ຫໍສະໝຸດຫຼັງເກົ່າທີ່ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ອາດີດເຄີຍເປັນຕຶກສຳນັກ ງານຂອງຝຣັ່ງ ແລະ ຕຶກກະຊວງມາຫາໄທໃນສະໄໝກ່ອນ ຕໍ່ມາເປັນສຳນັກພິມແຫ່ງລັດ ແລະ ມາຮອດປີ 1987 ຕຶກອາຄານດັ່ງກ່າວ  ຖືກປະກາດນຳໃຊ້ເປັນຫໍສະໝຸດແຫ່ງຊາດໃນປັດຈຸບັນ  ຈາກການໃຊ້ງານມາຫຼາຍສະຕະວັດ ເຫັນວ່າຕົວອາຄານມີຄວາມຊຸດໂຊມ… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂຽນໂດຍ ທ. ວິລະພອນ ບຸນສຸວັນ

  • « Previous Page
  • 1
  • 2
  • 3
  • 4
  • Next Page »

ຂ່າວສານ

  • ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”
  •  ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”
  • ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ
  • ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
  • ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ

ສະ​ຖິ​ຕິ​ເວັບ​ໄຊທ໌

  • 20,207 ກວດ​ເບິ່ງ

ໜ້າ ແລະ ໂພ​ດ​ສ ​ທີ່​ນິ​ຍົມສູງ​ສຸດ​

  • ໜ້າຫຼັກ
    ໜ້າຫຼັກ
  • ກ່ຽວ​ກັບ​ພວກ​ເຮົາ
    ກ່ຽວ​ກັບ​ພວກ​ເຮົາ
  • ຕິດ​ຕໍ່​ພວກ​ເຮົາ
    ຕິດ​ຕໍ່​ພວກ​ເຮົາ
  • Home
    Home
  • EResources
    EResources
  • ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
    ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
  • ການເກັບສະສົມ
    ການເກັບສະສົມ
  • ຄູ່ຮ່ວມງານຂອງພວກເຮົາ
    ຄູ່ຮ່ວມງານຂອງພວກເຮົາ

ການຕິດຕໍ່

ຫໍສະໝຸດແຫ່ງຊາດລາວ
ຖະໜົນໄກສອນ
ບ້ານສີວິໄລ
ເມືອງໄຊທານີ
ນະຄອນຫຼວງວຽງຈັນ nationallibraryoflaos@gmail.com

ເວລາເປີດບໍລິການ

ເປີດ: ວັນຈັນ – ວັນເສົາ ເວລາ 8 ເຊົ້າ – 4 ເເລງ

ທາງເລືອກ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ພາສາ

  • ພາສາລາວ
  • English

ຜູ້ດູແລລະບົບ

ຜູ້ດູແລລະບົບ
RSS feed

Copyright © 2021 National Library of Laos · Website built by withKit