ຫໍສະໝຸດແຫ່ງຊາດລາວ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English
You are here: Home / ຄູ່ຮ່ວມງານຂອງພວກເຮົາ

ຄູ່ຮ່ວມງານຂອງພວກເຮົາ

ປະຊາຄົມອາຊຽນ

ຫໍສະໝຸດແຫ່ງຊາດລາວສືບຕໍ່ກໍ່ສ້າງສາຍສຳພັນຍຸດທະສາດກັບຫໍສະໝຸດແຫ່ງຊາດຂອງບັນດາປະເທດອາຊຽນ. ຫໍສະໝຸດກຳລັງກໍ່ສ້າງການເກັບສະສົມພິເສດອາຊຽນເພື່ອສະທ້ອນຄວາມສຳພັນໄກ້ຊິດດ້ານປະຫວັດສາດ, ວັດທະນະທຳແລະເສດຖະກິດກັບປະເທດອື່ນໆໃນປະຊາຄົມອາຊຽນ. ໂດຍຫວັງວ່າການເກັນສະສົມພິເສດອາຊຽນນີ້ນຳມາເຊິ່ງທັດສະນະທີ່ແຕກຕ່າງຂອງວັດທະນະທຳແລະປະຫວັດສາດຂອງປະເທດອື່ນໆ, ເຊີດຊູຄວາມເຂົ້າໃຈແລະຄວາມເຄົາລົບເຊິ່ງກັນແລະກັນ.

ASEAN


Brunei http://www.dewanbahasadanpustakalibrary.org/

logo - Brunei


Cambodia https://www.facebook.com/NLC.gov.kh/info?tab=overview

National Library of Cambodia Logo


Indonesia http://www.perpusnas.go.id/

logo-indonesia


Malaysia http://www.pnm.gov.my/

Jata Malaysia


Myanmar https://www.facebook.com/nationallibraryofmyanmar/

National Library of Myanmar logo


Singapore http://www.nlb.gov.sg/

logo_nlb Singapore


The Philippines http://web.nlp.gov.ph/nlp/

Phillipines National Library Banner


Thailand http://www.nlt.go.th/

National Library of Thailand Logo


Vietnam http://nlv.gov.vn/ef/en/

Historic image of NL of Vientnam

The Asia Foundation

http://asiafoundation.org/

Australian Embassy

ສະຖານທູດອົດສະຕຣາລີ ມີຄວາມຍິນດີ ສະໜັບສະໜູນ ຫ້ອງສະມຸດແຫ່ງຊາດ ແລະ ວິໃສທັດ ໃນການສົ່ງເສີມການອ່ານເພື່ອການພັດທະນາ. ຫ້ອງສະມຸດແຫ່ງຊາດແມ່ນສະຖາບັນສາທາລະນະທີ່ສຳຄັນ ເພື່ອເຂົາເຖິງ ການສົ່ງເສີມການອ່ານອອກຂຽນເປັນ, ການຮັກສາວັດທະນະທຳ ແລະ ການສຶກສາ. ການພັດທະນາວັດທະນະທຳຂອງລາວເພື່ອສະແດງຄວາມພ້ອມດ້ານຫ້ອງສະມຸດ ແມ່ນ ສົມບັດຂອງຊາດອັນນື່ງ ທີ່ຈະໃຫ້ຜົນປະໂຫຍດແກ່ຄົນຮຸ້ນຕໍ່ໆໄປ.

Australian Embassy Lao PDR

EFA Japan

ອົງການອີຟາຍີປຸ່ນ (EFA-JAPAN) ແມ່ນ ໜຶ່ງໃນອົງການ NGO ຂອງຍີປຸ່ນທີ່ໃຫ້ການຊ່ວຍເຫຼືອ ດ່ານການສຶກສາ ເວົ້າລວມ, ເວົ້າສະເພາະແມ່ນ ຊ່ວຍເຫຼືອ ດ້ານວຽກງານຫ້ອງສະໝຸດແລະການບໍລິການຫ້ອງສະໝຸດ ໃນສ.ປ.ປ ລາວ. ອົງການອີຟາຍີປຸ່ນ ໄດ້ຮ່ວມມື່ກັບ ຫໍສະໝຸດແຫ່ງຊາດລາວ ແລະ ສະມາຄົມຫ້ອງສະໝຸດລາວ ໃນການສ້າງຕັ້ງຫ້ອງສະໝຸດ, ມຸມອ່ານໜັງສື ແລະວຽກງານວິຊາການຫ້ອງສະໝຸດ ຢູ່ໃນໂຮງຮຽນເຂດຫ່າງໄກຊອກຫຼີກໃນລາວ. ມາຮອດປະຈຸບັນ ອົງການອີຟາ ຍີປຸ່ນ ໄດ້ຮ່ວມມືກັບ ຫໍສະໝຸດແຫ່ງຊາດລາວ ແລະ ສະມາຄົມຫ້ອງສະໝຸດລາວ ຈັດສ້າງຫ້ອງອ່ານ ແລະມຸມອ່ານໜັງສືໄດ້ແລ້ວ ທັງໝົດ 49 ແຫ່ງ ໃນ 7 ແຂວງ ທົ່ວປະເທດ, ວຽກງານດັ່ງກ່າວແມ່ນເພື່ອແນໃສ່ ໃຫ້ໂອກາດແກ່ ເດັກນ້ອຍນັກຮຽນແລະຊຸມຊົນໃຫ້ໄດ້ມີໂອກາດເຂົ້າເຖິງການສຶກສາ ແລະ ສຳພັດກັບປື້ມອ່ານໃຫ້ຫຼາຍຂຶ້ນ ແລະທັງເປັນການເສີມສ້າງ ແລະພັດທະນາຄວາມຮູ້ຄວາມສາມາດຂອງເຂົາເຈົ້າຕື່ມອີກ. ນອກຈາກນັ້ນ; ທາງອົງການ ອີຟາຍີປຸ່ນຍັງໄດ້ ໃຫ້ການຊ່ວຍເຫຼືອວຽກງານຂອງ ສະມາຄົມຫ້ອງສະໝຸດລາວເຊັ່ນ: ການຈັດຝຶກອົບຮົມວຽກງານວິຊາການຫ້ອງສະໝຸດ, ລົງສຳຫຼວດເອົາຂໍ້ມູນຫ້ອງສະໝຸດຢູ່ບາງແຂວງ, ຈັດພິມວາລະສານສະມາຄົມຫ້ອງສະໝຸດ ແລະ ຍັງໄດ້ສະໜັບສະໜູນການເຂົ້າຮ່ວມກອງປະຊຸມວຽກງານຫ້ອງສະໝຸດໃນພາກພື້ນອີກດ້ວຍ.

ອົງການ ອີຟາຍີປຸ່ນ ພວກຂ້າພະເຈົ້າຮູ້ສູກພູມໃຈໃນຄວາມເອົາໃຈໃສ່ ແລະຄວາມມີປະສົບການຂອງພະນັກງານ ຂອງຫໍສະໝຸດແຫ່ງຊາດລາວ ແລະ ສະມາຄົມຫ້ອງສະໝຸດລາວ ທີ່ໄດ້ຮ່ວມມືຊ່ວຍເຫຼືອເພື່ອຍົກລະດັບວຽກງານ ຫ້ອງສະໝຸດ ແລະ ການບໍລິການຢູ່ໃນລາວ ໃຫ້ນັບມື້ນັບດີຂື້ນ ເລື້ອຍໆ.

Japan Empowerment for all

ສະໜັບສະໜຸນພວກເຮົາ

ຫໍສະໝຸດແຫ່ງຊາດລາວຮູ້ສຶກຮູ້ບຸນຄຸນສຳລັບການບໍລິຈາກທັງດ້ານການເງິນແລະດ້ານວັດຖຸທີ່ກ່ຽວກັບຫໍສະໝຸດທີ່ພວກເຮົາໄດ້ຮັບທຸກໆປີຈາກຜູ້ບໍລິຈາກທັງພາຍໃນແລະຕ່າງປະເທດ. ຖ້າທ່ານຢາກບໍລິຈາກ, ກະລຸນາຕິດຕໍ່ມາທີ່ nationallibraryoflaos@gmail.com ເພື່ອຂໍ້ມູນເພີ່ມເຕີມ.

ຂ່າວສານ

  • ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”
  •  ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”
  • ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ
  • ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
  • ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ

ສະ​ຖິ​ຕິ​ເວັບ​ໄຊທ໌

  • 20,207 ກວດ​ເບິ່ງ

ໜ້າ ແລະ ໂພ​ດ​ສ ​ທີ່​ນິ​ຍົມສູງ​ສຸດ​

  • ໜ້າຫຼັກ
    ໜ້າຫຼັກ
  • ກ່ຽວ​ກັບ​ພວກ​ເຮົາ
    ກ່ຽວ​ກັບ​ພວກ​ເຮົາ
  • ຕິດ​ຕໍ່​ພວກ​ເຮົາ
    ຕິດ​ຕໍ່​ພວກ​ເຮົາ
  • Home
    Home
  • EResources
    EResources
  • ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
    ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
  • ການເກັບສະສົມ
    ການເກັບສະສົມ
  • ຄູ່ຮ່ວມງານຂອງພວກເຮົາ
    ຄູ່ຮ່ວມງານຂອງພວກເຮົາ

ການຕິດຕໍ່

ຫໍສະໝຸດແຫ່ງຊາດລາວ
ຖະໜົນໄກສອນ
ບ້ານສີວິໄລ
ເມືອງໄຊທານີ
ນະຄອນຫຼວງວຽງຈັນ nationallibraryoflaos@gmail.com

ເວລາເປີດບໍລິການ

ເປີດ: ວັນຈັນ – ວັນເສົາ ເວລາ 8 ເຊົ້າ – 4 ເເລງ

ທາງເລືອກ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ພາສາ

  • ພາສາລາວ
  • English

ຜູ້ດູແລລະບົບ

ຜູ້ດູແລລະບົບ
RSS feed

Copyright © 2021 National Library of Laos · Website built by withKit