ຫໍສະໝຸດແຫ່ງຊາດລາວ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ເດືອນທັນວາ 1, 2020

ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”

ໃນຕອນເຊົ້າວັນທີ 30 ພະຈິກ 2020 ຫໍສະໝຸດແຫ່ງຊາດ ໄດ້ຈັດງານວາງສະແດງປຶ້ມຂຶ້ນໃນໂຄງການ“ມາອ່ານກັນເທາະ” ເພື່ອເປັນການສົ່ງເສີມການອ່ານໃນລາວ. ໃຫ້ກຽດເປັນປະທານໂດຍທ່ານ ນ. ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ນ. ຢໍນິກ້າ ພໍເຊັນ ຫົວໜ້າຝ່າຍດຳເນີນງານມູນນິທິເອເຊຍ ພ້ອມນີ້ ກໍ່ຍັງມີຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ນ. ກົງເດືອນ ເນດຕະວົງ ທີ່ປຶກສາກິຕິມະສັກສະມາຄົມຫ້ອງສະໝຸດ, ທ່ານ ນ. ພັນນາລີ ເທບພະວົງສາ, ມູນນິທິເອເຊຍ, ສຳນັກພິມແສງສຸວັນ, ຄູອາຈານພ້ອມດ້ວຍນ້ອງນ້ອຍນັກຮຽນປະຖົມຈາກ 5 ໂຮງຮຽນ(ມີໄຊ, ສີວິໄລ, ພະຂາວ, ຈອມມະນີ ແລະ ຊ້າງຄູ້) ແລະ ພະນັກງານຫໍສະໝຸດເຂົ້າຮ່ວມຢ່າງພ້ອມພຽງ. ງານດັ່ງກ່າວໄດ້ສະຫຼຸບຄືນ ຜົນສຳເລັດຂອງການແຂ່ງຂັນແຕ້ມຮູບຂອງນ້ອງນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້ເຊິ່ງສາມາດຄັດເລືອກໄດ້ຜູ້ຊະນະເລີດ 5 ນ້ອງ ຈາກ 5 ໂຮງຮຽນຂ້າງເທິງນັ້ນ ພ້ອມດຽວກັນນີ້ກໍ່ໄດ້ຮັບຊົມຮັບຟັງການເສວະນາ ເພື່ອສົ່ງເສີມວຽກງານການອ່ານໃຫ້ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບຊົມສິລະປະການສະແດງຈາກນັກສົ່ງເສີມການອ່ານ ຫໍສະໝຸດແຫ່ງຊາດ ແລະ… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນກັນຍາ 9, 2020

 ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”

     ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ” ໄດ້ມອບເຄື່ອງອຸປະກອນເປັນຕັ່ງນັ່ງ ແລະ ແທບເລ໋ດ ໃຫ້ຫໍສະໝຸດແຫ່ງຊາດ ມອບໂດຍ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍປະຈຳລາວ ຮັບໂດຍ ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ ໃນວັນທີ 07 ກັນຍາ 2020 ທີ່ຫໍສະໝຸດແຫ່ງຊາດ         

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນມີນາ 9, 2020

ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ

ຫໍສະໝຸດແຫ່ງຊາດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ ກ່ຽວກັບກິດຈະກຳ “ມາອ່ານກັນເຖາະ ” ເຊິ່ງໄດ້ຈັດຂື້ນໃນວັນທີ 04 ມີຖຸນາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ທ໋ອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍປະຈຳ ສປປ ລາວ ນອກນັ້ນຍັງມີ ບັນດາທ່ານ ຫົວໜ້າກົມພິມຈຳໜ່າຍ, ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ຫົວໜ້າພະແນກອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ (INGOS) ກະຊວງການຕ່າງປະເທດ ແລະ ຄະນະນຳຫໍສະໝຸດແຫ່ງຊາດ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ. The National Library of Laos holds the memorandum of agreement signing ceremony between The National Library… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນກໍລະກົດ 5, 2019

ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ

ໃນວັນທີ 3 ກໍລະກົດ 2019 ທີ່ຜ່ານມາ ທ່ານ  ນາງ ພວງເພັດ ບົວພະຈັນ ຕາງໜ້າພາກສ່ວນບຸກຄົນ ໄດ້ມອບປື້ມອ່ານຈຳນວນ 840 ຫົວ ໃຫ້ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ, ໃນການມອບຮັບປຶ້ມຄັ້ງນີ້ແມ່ນເພື່ອມາບໍລິການນັກອ່ານ,ນັກຄົ້ນຄວ້າ ແລະ ແຈກຢາຍໃຫ້ຫ້ອງສະໝຸດຕ່າງໆ

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນພຶດສະພາ 22, 2019

ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ

ພິທີມອບຮັບເຄື່ອງອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດຈີນປະຈຳລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການການເງິນ ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ,ທ່ານ ກ່າວຫຼິນ ຜູ້ຕາງໜ້າສະຖານທູດຈີນ, ທ່ານ ນາງ ຕິ້ງຊິ້ງ ຜູ້ອຳນວຍການສູນວັດທະນະທຳຈີນ, ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ , ພ້ອມທັງຕາງໜ້າກົມຮ່ວມມືສາກົນ ,ຫ້ອງການກະຊວງ,ກົມຈັດຕັ້ງ-ພະນັກງານ, ພະນັກງານຫໍສະໝຸດແຫ່ງຊາດທັງໝົດ ແລະ ພະນັກງານສູນວັດທະນະທຳ ກໍ່ໄດ້ເຂົ້າຮ່ວມ. ໃນນີ້ອຸປະກອນດັ່ງກ່າວເຊິ່ງມີ ມູນຄ່າລາຄາ 195.000.000 ກີບ ເພື່ອເອົາມາຮັບໃຊ້ໃນວຽກງານວິຊາສະເພາະ ແລະ ເຂົ້າໃນການບໍລິການໃຫ້ແກ່ມວນຊົນ,ນັກຮຽນ,ນັກສຶກສາ,ນັກຄົ້ນຄວ້າທັງພາຍໃນ ແລະຕ່າງປະເທດ.

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນເມສາ 3, 2019

ງານສັບປະດາຮູບເງົາຈີນ ຄັ້ງທີ II ປະຈຳປີ 2019

ຫໍສະໝຸດແຫ່ງຊາດ ຮ່ວມກັບ ສູນວັດທະນະທຳຈີນ ແລະ ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈຳລາວ ໄດ້ຈັດງານສັບປະດາຮູບເງົາຈີນ ຄັ້ງທີ II ເພືອເປັນການສົ່ງເສີມແລກປ່ຽນດ້ານວັດທະນະທຳ ຮິດຄອງປະເພນີ ແລະ ຄວາມເຂົ້າໃຈເຊີ່ງກັນ ແລະ ກັນຂອງປະຊາຊົນສອງຊາດລາວ-ຈີນ ພິທີໄດ້ເປິດຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 01 ເມສາ 2019 ທີ່ຫໍສະໝຸດແຫ່ງຊາດ ໂດຍມີແຂກເຂົ້າຮ່ວມດັ່ງນີ້: 1. ທ່ານ ວົງຈິດ ພົມມະຈັກ ຮອງຫົວໜ້າ ກົມຮູບເງົາ 2. ທ່ານ ບຸນໄຊ ຄຳພູມີ ຮອງຫົວໜ້າ ກົມພິມຈຳໜ່າຍ 3. ທ່ານ ຄຳພູ ເພຍສັກຂາ ຮອງຫົວໜ້າກົມຮ່ວມມືສາກົນ 4. ທ່ານ ນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ 5. ທ່ານ ນາງ ພອນມະນີ ຕາງໜ້າສູນວັດທະນະທຳຈີນ ພ້ອມດ້ວຍບັນດາພະນັກງານ,ຄູ, ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນປະຖົມສີວິໄລ,ໂຮງຮຽນປະຖົມ… [ອ່ານ​ຕໍ່]

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

ເດືອນເມສາ 2, 2019

ໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ໄດ້ເປີດກອງປະຊຸມໃຫຍ່ ຊຸດທີ IX

ໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ໄດ້ເປີດກອງປະຊຸມໃຫຍ່ ຊຸດທີ IX ຂື້ນຢ່າງເປັນທາງການ ໃນວັນທີ 29 ມີນາ 2019 ພາຍໃຕ້ການເປັນປະທານຂອງທ່ານ ປອ. ບົວໄຂ ເພັງພະຈັນ ຄະນະພັກກະຊວງ, ຮອງປະທານສະຫະພັນແມ່ຍິງກະຊວງ, ຫົວໜ້າກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ນາງ ບຸນມີ ພົນສະຫວັນ ປະທານໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ຊຸດທີ VIII ນອກນັ້ນກໍຍັງມີຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ເອື້ອຍນ້ອງແມ່ຍິງຫໍສະໝຸດແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງຈຸດປະສົງກອງປະຊຸມ ເພື່ອຄັດເລືອກເອົາຄະນະປະທານສະຫະພັນແມ່ຍິງຫໍສະໝຸດແຫ່ງຊາດຊຸດໃໝ່.  

​ບົດ​ຄວາມ​ ໂດຍ NLL / ຂ່າວສານ

  • 1
  • 2
  • 3
  • 4
  • Next Page »

ຂ່າວສານ

  • ງານວາງສະແດງປຶ້ມໃນໂຄງການ“ມາອ່ານກັນເທາະ”
  •  ມູນນິທິເອເຊຍ ແລະ ພຣູເດັນໂຊລ໌ ໃນກິດຈະກຳ “ມາອ່ານກັນເຖາະ”
  • ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ຫໍສະໝຸດແຫ່ງຊາດ ແລະ ມູນນິທິເອເຊຍ
  • ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
  • ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ

ສະ​ຖິ​ຕິ​ເວັບ​ໄຊທ໌

  • 20,207 ກວດ​ເບິ່ງ

ໜ້າ ແລະ ໂພ​ດ​ສ ​ທີ່​ນິ​ຍົມສູງ​ສຸດ​

  • ໜ້າຫຼັກ
    ໜ້າຫຼັກ
  • ກ່ຽວ​ກັບ​ພວກ​ເຮົາ
    ກ່ຽວ​ກັບ​ພວກ​ເຮົາ
  • ຕິດ​ຕໍ່​ພວກ​ເຮົາ
    ຕິດ​ຕໍ່​ພວກ​ເຮົາ
  • Home
    Home
  • EResources
    EResources
  • ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
    ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
  • ການເກັບສະສົມ
    ການເກັບສະສົມ
  • ຄູ່ຮ່ວມງານຂອງພວກເຮົາ
    ຄູ່ຮ່ວມງານຂອງພວກເຮົາ

ການຕິດຕໍ່

ຫໍສະໝຸດແຫ່ງຊາດລາວ
ຖະໜົນໄກສອນ
ບ້ານສີວິໄລ
ເມືອງໄຊທານີ
ນະຄອນຫຼວງວຽງຈັນ nationallibraryoflaos@gmail.com

ເວລາເປີດບໍລິການ

ເປີດ: ວັນຈັນ – ວັນເສົາ ເວລາ 8 ເຊົ້າ – 4 ເເລງ

ທາງເລືອກ

  • ໜ້າຫຼັກ
  • ກ່ຽວ​ກັບ
  • ການເກັບສະສົມ
  • ການບໍລິການ
  • ຄູ່ຮ່ວມງານ
  • ຂໍ້ມູນ​ອັອນ​ໄລ​ນ໌
  • ຂ່າວສານ
  • ຕິດ​ຕໍ່​ພວກ​ເຮົາ
  • English

ພາສາ

  • ພາສາລາວ
  • English

ຜູ້ດູແລລະບົບ

ຜູ້ດູແລລະບົບ
RSS feed

Copyright © 2021 National Library of Laos · Website built by withKit