ຫໍສະໝຸດແຫ່ງຊາດຍັງຮັກສາການເກັບສະສົມປຶ້ມ, ບົດຄວາມດ້ານວິຊາການ, ວາລະສານ, ໜັງສືພິມ, ດົນຕີ, ເຄື່ອງດົນຕີ, ແຜນທີ່, ຜົນງານຕົ້ນສະບັບແລະຜົນງານທີ່ບໍ່ໄດ້ຮັບການເຜີຍແຜ່. ຫໍສະໝຸດຍັງມຸ່ງໜັ້ນທີ່ຈະກໍ່ສ້າງການເກັບສະສົມແບບດີຈີຕໍເພື່ອເຮັດໃຫ້ການເຂົ້າເຖິງຜູ້ຊົມໃຊ້ໃນລະດັບທີ່ກວ້າງຂຶ້ນ.
ນະໂຍບາຍພັດທະນາການເກັບສະສົມ
ຄຼິກບ່ອນນີ້ເພື່ອເຂົ້າເບິ່ງຫຼືດາວໂຫຼດສຳເນົານະໂຍບາຍສະບັບນີ້
NLL Collection Development Policy v.1-Lao
ການເກັບສະສົມດ້ວຍດີຈີຕໍ
- ການເກັນສະສົມໜັງສືຜູກໃບລານແບບດີຈີຕໍຂອງ ຫສຊ http://www.laomanuscripts.net/en/index
- ການເກັບສະສົມດົນຕີພື້ນເມືອງລາວແບບດີຈີຕໍຂອງ ຫສຊ http://www.seasite.niu.edu/lao/
- ການເກັນສະສົມຮູບພາບກ່ຽວກັບລາວແຕ່ສະໃໝອິນດູຈີນແບບດີຈີຕໍຂອງ ຫສຊ
ການເກັບສະສົມປຶ້ມ
ການເກັບສະສົມປຶ້ມຂອງຫໍສະໝຸດລວມມີປື້ມພາສາລາວກໍ່ຄືການສະສົມປຶ້ມພາສາອັງກິດ, ຝຣັ່ງ, ໄທ, ຫວຽດນາມ, ເກົາຫຼີ, ຢີ່ປຸ່ນແລະລັດເຊຍ. ການພັດທະນາຂອງການສະສົມປຶ້ມທີ່ເປັນພາສາລາວແມ່ນໜຶ່ງໃນບູລິມະສິດສູງສຸດຂອງຫໍສະໝຸດແຫ່ງຊາດ.
ການສະສົມເອກະສານອ້າງອີງມີຈຳນວນທັງໝົດ 5000 ຫົວນັບທັງເປັນເລື່ອງດຽວແລະຫຼາຍເລື່ອງໃນຊຸດໜຶ່ງ. ປຶ້ມເຫຼົ່ານີ້ສ່ວນຫຼາຍແມ່ນເປັນພາສາອັງກິດແລະມີຈຳນວນໜ້ອຍທີ່ເປັນພາສາລາວ.
ການເກັບສະສົມສຳລັບເດັກ
ການສະສົມປຶ້ມສຳລັບເດັກລວມມີ ປຶ້ມປະກອບຮູບທີ່ເປັນພາສາລາວແລະປຶ້ມປະກອບຮູບທີ່ເປັນພາສາຕ່າງປະເທດເຊັ່ນ ພາສາອັງກິດ, ຝຣັ່ງ, ໄທແລະຢີ່ປຸ່ນ. ບູລິມະສິດສຳລັບຫ້ອງສະໝຸດແມ່ນສືບຕໍ່ກໍ່ສ້າງການສະສົມປຶ້ມເດັກທີ່ເປັນພາສາລາວແຕ່ກໍ່ເປີດກວ້າງຮັບເອົາການບໍລິຈາກປຶ້ມສຳລັບເດັກທີ່ເປັນພາສາຕ່າງປະເທດ, ໂດຍສະເພາະແມ່ນພາສາອັງກິດ.
ການເກັບສະສົມໜັງສືຜູກໃບລານ
ຫໍສະໝຸດແຫ່ງຊາດມີການສະສົມໜັງສືຜູກໃບລານຫຼາຍກວ່າ 1500 ຜູກແລະບາງຜູກມີອາຍຸຢ້ອນຫຼັງໄປຫຼາຍກວ່າ 400 ປີ. ໜັງສືຜູກປາກົດມີສີ່ອັກສອນລວມມີ ອັກສອນທຳ, ແລະ ເກົ້າພາສາລວມມີ ພາສາລາວແລະພາສາບາລີ. ໜັງສືຜູກນີ້ໃຫ້ຄວາມເຂົ້າໃຈທີ່ເປັນເອກະລັກຂອງຄວາມຮູ້ດັ້ງເດີມຂອງລາວນັບແຕ່ ກົດໝາຍ, ການແພດ, ປັດສະຍາແລະສາດສະໜາຈົນເຖິງນິທານພື້ນເມືອງ.
http://www.laomanuscripts.net/en/index
Acknowledgement Required
ການເກັບສະສົມດົນຕີພື້ນເມືອງ
ໂຄງການນີ້ໄດ້ສ້າງການສະສົມການບັກທຶກສຽງຫຼາຍກວ່າ 3000 ຊຸດ, ເກືອບ 100 ຊົ່ວໂມງຂອງການບັນທຶກພາບແລະພາບຖ່າຍ, ການສຳພາດ, ບົດບັນທຶກ, ຮູບແຕ້ມ, ເຄື່ອງດົນຕີແລະການສຳພາດຈາກ 20 ກຸ່ມຊົນຊາດຊົນເຜົ່າໃນທົ່ວປະເທດ.
ນອກຈາກນັ້ນ, ຫໍສະໝຸດຍັງຮັກສາການເກັບສະສົມແຜ່ນສຽງຂອງບົດເພງສາກົນຮ່ວມສະໃໝແລະການບັດທຶກຄຳປາໃສໂດຍບຸກຄົນທີ່ມີຊື່ສຽງຈາກຍຸກໂຊວຽດຫຼາຍກວ່າ 900 ແຜ່ນແລະດົນຕີລາວທັງຮູບແບບອານາລອກແລະດີຈີຕໍ.
http://www.seasite.niu.edu/lao/
ການເກັບສະສົມປຶ້ມສະໃໝອິນດູຈີນທີ່ຫາຍາກ
ຫໍສະໝຸດຍັງຮັກສາການເກັບສະສົມປຶ້ມແລະບົດຄວາມດ້ານວິຊາການຈາກສະໃໝອິນດູຈີນຂອງຝຣັ່ງ (ປະມານຊຸມປີ 1870 – 1954) ຈຳນວນຫຼາຍກວ່າ 4000 ຊຸດ. ປຶ້ມແລະບົດຄວາມເຫຼົ່ານີ້ສ່ວນໃຫຍ່ເປັນພາສາຝຣັ່ງແລະລວມມີຮູບຖ່າຍ, ຮູບພິມແລະຮູບແຕ້ມປະກອບ. ການເກັບສະສົມນີ້ສະໜອງຂໍ້ມູນເລິກເຊິ່ງທີ່ຫາຍາກແລະເປັນເອກະລັກຂອງລາວໃນຍຸກການເປັນເມືອງຂຶ້ນ.
ການເຮັດແຜນທີ່ແລະແຜນທີ່
ຫໍສະໝຸດມີການເກັບສະສົມແຜນທີ່, ແຜນຜັງແລະແຜນວາດຫຼາຍກວ່າ 200 ແຜ່ນທີ່ກ່ຽວກັບລາວ, ບັນດາແຂວງແລະຕົວເມືອງວຽງຈັນ ກັບບາງສະບັບນັບຢ້ອນຫຼັງໄປສະໄໝເປັນເມືອງຂຶ້ນຝຣັ່ງ (ກ່ອນປີ 1955).