ໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ໄດ້ເປີດກອງປະຊຸມໃຫຍ່ ຊຸດທີ IX ຂື້ນຢ່າງເປັນທາງການ ໃນວັນທີ 29 ມີນາ 2019 ພາຍໃຕ້ການເປັນປະທານຂອງທ່ານ ປອ. ບົວໄຂ ເພັງພະຈັນ ຄະນະພັກກະຊວງ, ຮອງປະທານສະຫະພັນແມ່ຍິງກະຊວງ, ຫົວໜ້າກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ແລະ ທ່ານ ນາງ ບຸນມີ ພົນສະຫວັນ ປະທານໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ຊຸດທີ VIII ນອກນັ້ນກໍຍັງມີຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ເອື້ອຍນ້ອງແມ່ຍິງຫໍສະໝຸດແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງຈຸດປະສົງກອງປະຊຸມ ເພື່ອຄັດເລືອກເອົາຄະນະປະທານສະຫະພັນແມ່ຍິງຫໍສະໝຸດແຫ່ງຊາດຊຸດໃໝ່.
ສັບປະດາຮູບເງົາຈີນ
ເນື່ອງໃນເປິດປີທ່ອງທ່ຽວລາວ-ຈີນ 2019 ນີ້ ສູນວັດທະນະທຳຈີນ ຮ່ວມກັບ ຫໍສະໝຸດແຫ່ງຊາດ ໄດ້ຈັດກິດຈະກຳ ” ສັບປະດາຮູບເງົາຈີນ (ພາກພາສາລາວ) ຂື້ນ ໃນລະຫວ່າງວັນທີ 01-05 ເມສາ 2019 ທີ່ຫໍສະໝຸດແຫ່ງຊາດ ບໍ່ໄດ້ເສຍຄ່າຊົມ (ເຂົ້າຊົມຟຣີ)
ກອງກະຊຸມໃຫຍ່ ໜ່ວຍຊາວໜຸ່ມ ຫໍສະໝຸດແຫ່ງຊາດ ຄັ້ງທີ III
ກອງກະຊຸມໃຫຍ່ ໜ່ວຍຊາວໜຸ່ມ ຫໍສະໝຸດແຫ່ງຊາດ ຄັ້ງທີ III ໄດ້ຈັດຂື້ນໃນວັນທີ 28 ກັນຍາ 2018 ເປັນກຽດເຂົ້າຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ ທ່ານ ປອ ວຽງພອນ ສຸກຂະວົງ ຮອງເລຂາໜ່ວຍຊາວໜຸ່ມປະຈຳກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ອ່ອນຕາ ຊາມົນຕີ ຮອງເລຂາໜ່ວຍພັກ ຫໍສະໝຸດແຫ່ງຊາດ, ຄະນະອຳນວຍການ, 3 ອົງການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມສົມບູນ ຫໍສະໝຸດແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ: ເພື່ອຄັດເລືອກເອົາຄະນະເລຂາຊາວໜຸ່ມ ຫໍສະໝຸດແຫ່ງຊາດຊຸດໃໝ່. ຜົນຂອງກອງປະຊຸມອອກມາເປັນເອກະສັນ ໄດ້: ສະຫາຍ ວົງສອນ ລຸນຍາເດດ ເປັນເລຂາ ສະຫາຍ ນາງ ສຸຈິດຕາ ດວງມະນີ ເປັນ ຮອງເລຂາ ສະຫາຍ ສີວິໄຊ ວາງເຢຍຈາງ ເປັນຄະນະ
ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ
ຫໍສະໝຸດແຫ່ງຊາດ ຮ່ວມກັບມູນນິທິເອເຊຍ ຈັດງານສະເຫຼີມສະຫຼອງ ວັນລົບລ້າງການກືກໜັງສື ຫຼື ການລົບລ້າງຄວາມບໍ່ຮູ້ໜັງສື ສາກົນຄົບຮອບ 53 ປີ (8 ກັນຍາ 1965 ຫາ 8 ກັນຍາ 2018) ໂດຍເປັນກຽດເຂົ້າຮ່ວມຂອງທ່ານປ້າ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດແຫ່ງ ສປປລາວ, ທ່ານ ຄຳພູ ເພຍສັກຂີ ຮອງກົມຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ອຳນວຍການ ພ້ອມດ້ວຍຄະນະທີ່ປຶກສາກິຕິມະສັກສະມາ ຄົມຫ້ອງສະໝຸດ, ຜູ້ຕາງໜ້າ ພຣູເດັນໂຊສ ປະກັນໄພຊິວິດ, ສະມາຄົມນັກປະ ພັນລາວ, ບັນດາສຳນັກງານຕ່າງໆ, ຮ້ານຂາຍປຶ້ມ ແລະ ບັນດາຄູອາຈານ ຕະ ຫຼອດຮອດນັກຮຽນຈາກ 9 ໂຮງຮຽນ ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ. ທ່ານ… [Continue Reading]
ຂໍເຊີນທຸກທ່ານເຂົ້າຮ່ວມງານສະເຫຼີມສະຫຼອງວັນລຶບລ້າງການກືກໜັງສື
ຂໍເຊີນຊວນທຸກທ່ານເຂົ້າຮ່ວມ ງານສະເຫຼີມສະຫຼອງ ວັນລຶບລ້າງການກືກໜັງສືສາກົນ ເຊີ່ງພວກເຮົາຈະໄດ້ຈັດຂື້ນໃນວັນທີ 07 ກັນຍາ 2018 ທີ່ຫໍສະໝຸດແຫ່ງຊາດ ເວລາ 8:30 – 12:00 ໂມງ.
ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານສັບປະດາຮູບເງົາຈີນ ໃນວັນທີ 16-20/07/2018 ທີ່ຫໍສະໝຸດແຫ່ງຊາດ (ເຂົ້າຊົມຟຣີ)
ຫໍສະໝຸດແຫ່ງຊາດໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ຫໍສະໝຸດແຫ່ງຊາດໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2018 ເປັນກຽດເຂົ້າຮ່ວມໃນງານ ໂດຍ ທ່ານ ວັນສີ ກົວມົວ ຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ, ພະນັກງານບໍານານ, ຜູ້ອາວຸໂສ, ຕ່າງໜ້າສໍານັກງານອົງການອ້ອມຂ້າງ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ ແລະ ພ້ອມດ້ວຍພະນັກງານຫໍສະໝຸດແຫ່ງຊາດທັງໝົດ ເຂົ້າຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນຄັ້ງນີ້ຢ່າງເບີກບານມ່ວນຊື່ນ.