ໃນວັນທີ 3 ກໍລະກົດ 2019 ທີ່ຜ່ານມາ ທ່ານ ນາງ ພວງເພັດ ບົວພະຈັນ ຕາງໜ້າພາກສ່ວນບຸກຄົນ ໄດ້ມອບປື້ມອ່ານຈຳນວນ 840 ຫົວ ໃຫ້ຫໍສະໝຸດແຫ່ງຊາດ. ໂດຍການເປັນປະທານຂອງ ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍຄະນະ, ໃນການມອບຮັບປຶ້ມຄັ້ງນີ້ແມ່ນເພື່ອມາບໍລິການນັກອ່ານ,ນັກຄົ້ນຄວ້າ ແລະ ແຈກຢາຍໃຫ້ຫ້ອງສະໝຸດຕ່າງໆ