The National Library of Laos

  • Home
  • About Us
  • Collections
  • Services
  • E-Resources
  • Our Partners
  • News
  • Contact Us
  • ພາສາລາວ

September 10, 2018

ຫໍສະໝຸດແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ຄົບຮອບ 53 ປີ

        ຫໍສະໝຸດແຫ່ງຊາດ ຮ່ວມກັບມູນນິທິເອເຊຍ ຈັດງານສະເຫຼີມສະຫຼອງ ວັນລົບລ້າງການກືກໜັງສື ຫຼື ການລົບລ້າງຄວາມບໍ່ຮູ້ໜັງສື ສາກົນຄົບຮອບ 53 ປີ (8 ກັນຍາ 1965 ຫາ 8 ກັນຍາ 2018)  ໂດຍເປັນກຽດເຂົ້າຮ່ວມຂອງທ່ານປ້າ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດແຫ່ງ ສປປລາວ, ທ່ານ ຄຳພູ ເພຍສັກຂີ ຮອງກົມຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ອຳນວຍການ ພ້ອມດ້ວຍຄະນະທີ່ປຶກສາກິຕິມະສັກສະມາ ຄົມຫ້ອງສະໝຸດ, ຜູ້ຕາງໜ້າ ພຣູເດັນໂຊສ ປະກັນໄພຊິວິດ, ສະມາຄົມນັກປະ ພັນລາວ, ບັນດາສຳນັກງານຕ່າງໆ, ຮ້ານຂາຍປຶ້ມ ແລະ ບັນດາຄູອາຈານ ຕະ ຫຼອດຮອດນັກຮຽນຈາກ 9 ໂຮງຮຽນ ໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.

       ທ່ານ ນາງ ຫຼ້າຊ້ອຍ ແສງສຸວັນ ຮອງອຳນວຍການຫໍສະໝຸດແຫ່ງຊາດ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງວັນດັ່ງກ່າວ.

       ໃນໂອກາດນີ້ ທ່ານ ນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ກ່າວເປີດງານການຈັດງານສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ວັນທີ 8 ກັນຍາ ໄດ້ບັນຈົບຄົບຮອບມາອີກວາລະໜື່ງ ເຊີ່ງຫໍສະ ໝຸດແຫ່ງຊາດ ໄດ້ເລີ່ມປີ 2012 ເປັນຕົ້ນມາ ຈົນເຖິງປະຈຸບັນ. ເຊີ່ງວັນດັ່ງກ່າວຖືເປັນວຽກງານໜື່ງທີ່ສຳຄັນຫຼາຍ ສະນັ້ນ ທຸກພາກສ່ວນໃນສັງຄົມຈະຕ້ອງຮ່ວມມືຮ່ວມໃຈກັນ ເພື່ອພັດທະນາຄົນໃນຊາດ ໃຫ້ມີການຮຽນຮູ້, ອ່ານອອກ, ຂຽນໄດ້, ເພື່ອການດຳລົງຊິວິດປະຈຸບັນໃຫ້ມີການຮຽນຮູ້ ແລະ ສ້າງຄວາມຕ້ອງການທັກສະອັນໃໝ່ ພ້ອມທັງຮຽກຮ້ອງໃຫ້ມີການຮຽນຮູ້ຕະ ຫຼອດຊີວິດຂອງມວນມະນຸດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ວຽກງານການສຶກສາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ທຸກຊັ້ນຄົນໃນສັງຄົມ ໄດ້ພັດທະນາຕົນເອງ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

       ພິເສດໃນປີນີ້ ແມ່ນມີຫຼາກຫຼາຍກິດຈະກຳເປັນຕົ້ນແມ່ນ: ການຈັດນິເທດສະການປື້ມ, ໂຄງການແປປື້ມນິທານ, ການສະແດງສິລະປະວັນນະຄະດີຂອງຫຼານນ້ອຍ, ລະຄອນເວທີກ່ຽວກັບການລົບລ້າງການກືກໜັງສື, ກິດຈະກຳສົ່ງເສີມການອ່ານ, ຖາມ-ຕອບ ຄວາມຮູ້ຮອບຕົວ, ການເສວະນາ ຈາກຜູ້ຊ່ຽວຊານທາງດ້ານວິຊາການ ທີ່ໃຫ້ຄວາມຮູ້ ແລະ ການສະແດງກາຍະສິນ ຈາກ ກອງກາຍະສິນສູນກາງ.

 

Article by NLL / News

News

  • ຫໍສະໝຸດແຫ່ງຊາດໄດ້ຈັດພິທີມອບຮັບປຶ້ມ
  • ຫໍສະໝຸດແຫ່ງຊາດໄດ້ຮັບການຊ່ວຍເຫຼືອອຸປະກອນຮັບໃຊ້ຫ້ອງສະໝຸດຈາກສະຖານທູດ ສປ ຈີນ
  • ງານສັບປະດາຮູບເງົາຈີນ ຄັ້ງທີ II ປະຈຳປີ 2019
  • ໜ່ວຍສະຫະພັນແມ່ຍິງ ຫໍສະໝຸດແຫ່ງຊາດ ໄດ້ເປີດກອງປະຊຸມໃຫຍ່ ຊຸດທີ IX
  • ສັບປະດາຮູບເງົາຈີນ

Website Statistics

  • 12,151 views

Top Posts & Pages

  • ການບໍລິການ
    ການບໍລິການ
  • E-Resources
    E-Resources
  • About Us
    About Us
  • Contact Us
    Contact Us

Contact

The National Library of Laos

Kaysone Road
Sivilay Village
Xaythany District
Vientiane Capital

nationallibraryoflaos@gmail.com

Opening Hours

Open: Everyday, 8am – 4pm
Closed: Official public holidays

Navigation

  • Home
  • About Us
  • Collections
  • Services
  • E-Resources
  • Our Partners
  • News
  • Contact Us
  • ພາສາລາວ

Language

  • ພາສາລາວ
  • English

Admin

Admin Login
RSS feed

Copyright © 2019 National Library of Laos · Website built by withKit