ຫໍສະໝຸດແຫ່ງຊາດໄດ້ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2018 ເປັນກຽດເຂົ້າຮ່ວມໃນງານ ໂດຍ ທ່ານ ວັນສີ ກົວມົວ ຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຂັນທະມາລີ ຍັງນຸວົງ ອໍານວຍການຫໍສະໝຸດແຫ່ງຊາດ, ພະນັກງານບໍານານ, ຜູ້ອາວຸໂສ, ຕ່າງໜ້າສໍານັກງານອົງການອ້ອມຂ້າງ, ພໍ່ແມ່ປະຊາຊົນ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ ແລະ ພ້ອມດ້ວຍພະນັກງານຫໍສະໝຸດແຫ່ງຊາດທັງໝົດ ເຂົ້າຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນຄັ້ງນີ້ຢ່າງເບີກບານມ່ວນຊື່ນ.